ກ່ຽວກັບງານ
ມ່ວນອາວອດສ໌
ງານມອບລາງວັນປະຈຳປີສຳລັບນັກສ້າງສັນເນື້ອຫາດີຈິຕອລລາວ ເປັນເວທີເຊື່ອມຕໍ່ຄຣີເອເຕີ ກັບ ແວດວົງທຸລະກິດການຕະຫຼາດ ມາແລກປ່ຽນຄວາມຮູ້ ປະສົບການ ແລະ ຍົກລະດັບວົງການສ້າງສັນຂອງລາວ ຈັດຂຶ້ນຄັ້ງທຳອິດໃນປີ 2024 ແລະ ເຕີບໂຕຂຶ້ນທຸກປີ
Muan Awards ເປັນແພລດຟອມທີ່ ມ່ວນ ສ້າງຂຶ້ນເພື່ອສະເຫຼີມສະຫຼອງຄວາມຄິດສ້າງສັນຂອງນັກສ້າງສັນເນື້ອຫາດິຈິຕອລຂອງລາວ ລວມທັງເປັນເວທີເພື່ອເຊື່ອມຕໍ່ພາກສ່ວນຕ່າງໆ ທີ່ປິ່ນອ້ອມວົງການການຕະຫຼາດ ບໍ່ວ່າຈະເປັນ Marketing Agency, Talent Agency, ທຸລະກິດ, ແບຣນ ແລະ ສື່ຕ່າງໆ ລວມທັງພາກສ່ວນລັດ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.
Muan Awards ເລີ່ມຕົ້ນຂຶ້ນໃນປີ 2019 ພາຍໃຕ້ຊື່ “ມ່ວນ ບຸກຄົນແຫ່ງປີ 2020” ຫຼື "Muan - People of the Year 2020" ເຊິ່ງມີເປົ້າໝາຍເພື່ອສ້າງກິດຈະກຳທາງອອນລາຍ ແລະ ເປັນກຳລັງໃຈໃຫ້ກັບຜູ້ທີ່ເຮັດວຽກໃນແວດວົງບັນເທີງ–ຄວາມຄິດສ້າງສັນ ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ–19 ທີ່ເປັນອຸປະສັກຕໍ່ການເຄື່ອນໄຫວກິດຈະກຳທາງການຕະຫຼາດແບບເດີມ. ຈົນມາຮອດທ້າຍປີ 2024, ມ່ວນ ຈຶ່ງໄດ້ຈັດງານ Muan Awards ອ່ານວ່າ ມ່ວນອາວອດສ໌ ຂຶ້ນມາເປັນຄັ້ງທຳອິດ.
ນອກຈາກການມອບລາງວັນໃຫ້ກັບຜູ້ສ້າງສັນເນື້ອຫາທາງອອນລາຍແລ້ວ, ມ່ວນ ຍັງມີເປົ້າໝາຍທີ່ຢາກຈະສ້າງແຮງບັນດານໃຈ, ສົ່ງເສີມ ແລະ ຍົກລະດັບແວດວົງຄວາມຄິດສ້າງສັນ ທຸລະກິດການຕະຫຼາດທີ່ສ້າງສັນ ຂອງລາວໃຫ້ດີຂຶ້ນເລື້ອຍໆ ຍິ່ງໄປກວ່ານັ້ນແມ່ນປະກອບສ່ວນໃນການສົ່ງເສີມທຸລະກິດໃນແວດວົງອຸດສາຫະກຳສ້າງສັນຂອງຄົນລາວໃຫ້ເຕີບໃຫຍ່.
ຂໍ້ສະຫງວນສິດຂອງມ່ວນອາວອດສ໌
- ຄະນະຈັດງານ Muan Awards ຈະຕິດຕາມ ແລະ ທົບທວນຄຸນສົມບັດຂອງຜູ້ໄດ້ຮັບລາງວັນ ແລະ ຜູ້ເຂົ້າຊີງ ຢ່າງຕໍ່ເນື່ອງ ໂດຍອີງໃສ່ເກນດຽວກັນກັບທີ່ໃຊ້ໃນການຄັດເລືອກ. ຫາກຄະນະຈັດງານກວດພົບ ຫຼື ໄດ້ຮັບຫຼັກຖານໃນພາຍຫຼັງວ່າ ຜົນງານ ຫຼື ການປະພຶດຂອງຜູ້ໄດ້ຮັບລາງວັນ ຫຼື ຜູ້ເຂົ້າຊີງ ກ່ຽວຂ້ອງກັບເນື້ອຫາທີ່ຜິດກົດໝາຍ ຫຼື ສ້າງຄວາມເສື່ອມເສຍຕໍ່ພາບລັກຂອງງານ ແລະ ວົງການນັກສ້າງສັນເນື້ອຫາດິຈິຕອລລາວ, Muan Awards ຂໍສະຫງວນສິດໃນການທົບທວນ, ຍົກເລີກ ຫຼື ຖອນລາງວັນ ຫຼື ການມີຊື່ເຂົ້າຊີງ ໄປແລ້ວ ໂດຍບໍ່ຈຳກັດໄລຍະເວລາ.
- ຄຳຕັດສິນຂອງຄະນະຈັດງານໃນທຸກກໍລະນີດັ່ງກ່າວ ຖືເປັນທີ່ສິ້ນສຸດ ແລະ Muan Awards ຂໍສະຫງວນສິດໃນການປັບປຸງຫຼັກເກນສະບັບນີ້ໄດ້ຕາມຄວາມເໝາະສົມ ໂດຍບໍ່ຈຳເປັນຕ້ອງແຈ້ງລ່ວງໜ້າ.
ເງື່ອນໄຂການສະເໜີຊື່
1) ກົດການສະເໜີຊື່ຊ້ຳສາຂາເກົ່າ
ຜູ້ທີ່ເຄີຍໄດ້ຮັບລາງວັນ Muan Awards ໃນສາຂາໃດໜຶ່ງແລ້ວ ຈະບໍ່ສາມາດຖືກສະເໜີຊື່ເຂົ້າຊີງໃນສາຂາດຽວກັນນັ້ນອີກ ເປັນໄລຍະ 2 ປີ ນັບຈາກປີທີ່ໄດ້ຮັບລາງວັນ (ຕົວຢ່າງ: ໄດ້ລາງວັນສາຍທ່ອງທ່ຽວປີ 2024 ຈະສາມາດຖືກສະເໜີຊື່ເຂົ້າຊີງລາງວັນສາຍທ່ອງທ່ຽວອີກຄັ້ງໄດ້ໃນປີ 2026 ເປັນຕົ້ນໄປ). ໃນໄລຍະ 2 ປີດັ່ງກ່າວ ຜູ້ໄດ້ຮັບລາງວັນຍັງມີສິດຖືກສະເໜີຊື່ເຂົ້າຊີງໃນສາຂາອື່ນທີ່ຕົນເອງເຂົ້າເກນໄດ້ຕາມປົກກະຕິ ເຊັ່ນ: ຫາກສ້າງຄອນເທັນສາຍໃໝ່ໃນຊື່ໃໝ່ ທີ່ບໍ່ຊ້ຳກັບສາຍທີ່ເຄີຍໄດ້ຮັບລາງວັນ ກໍສາມາດຖືກສະເໜີຊື່ໃນສາຍໃໝ່ນັ້ນໄດ້ເລີຍ.
2) ຄຸນສົມບັດພື້ນຖານຂອງຜູ້ຖືກສະເໜີຊື່
ນອກຈາກຕ້ອງຜ່ານເກນຫຼັກ ແລະ ເກນຍ່ອຍຂອງແຕ່ລະສາຂາແລ້ວ, ຜູ້ຖືກສະເໜີຊື່ຕ້ອງມີຄຸນສົມບັດຄົບທຸກຂໍ້ດັ່ງນີ້:
- ມີຜົນງານອອກມາຢ່າງຕໍ່ເນື່ອງຕະຫຼອດໄລຍະເວລາການປະເມີນຜົນຂອງແຕ່ລະປີ ບໍ່ແມ່ນມີພຽງຄັ້ງດຽວ ຫຼື ຂາດຊ່ວງໄປດົນ
- ລົງເນື້ອຫາໃນຊ່ອງທາງຂອງຕົນເອງເປັນປະຈຳ ແລະ ຕໍ່ເນື່ອງຕະຫຼອດໄລຍະທີ່ກຳນົດ
- ຢ່າງໜ້ອຍ 80% ຂອງເນື້ອຫາທີ່ຜະລິດ ຕ້ອງກົງກັບສາຍທີ່ຈະຖືກສະເໜີຊື່ເຂົ້າຊີງ
- ຜົນງານຕ້ອງສ້າງຜົນກະທົບທາງບວກໃຫ້ຜູ້ຕິດຕາມ ບໍ່ວ່າຈະເປັນການໃຫ້ຄວາມຮູ້, ຄວາມບັນເທີງ ຫຼື ແຮງບັນດານໃຈ
ວິທີການຕັດສິນ
ຂັ້ນຕອນ
1.ສະເໜີຊື່ແບ່ງຕາມປະເພດ
ເປີດໃຫ້ທຸກຄົນສົ່ງຊື່ຜ່ານໜ້າ “ສົ່ງລາຍຊື່”
2.ຄັດເລືອກຜູ້ເຂົ້າຊີງ
ທີມງານກວດຄຸນສົມບັດ ແລະ ຜົນງານຕະຫຼອດປີ ແລ້ວສະຫຼຸບເປັນລາຍຊື່ຜູ້ເຂົ້າຊີງຮອບສຸດທ້າຍ
3.ກຳມະການລົງຄະແນນ
ຄະນະກຳມະການຂອງປີນັ້ນ ຈະໃຫ້ຄະແນນຕາມເກນວັດຜົນທີ່ງານກຳນົດໄວແຕກຕ່າງກັນຕາມແຕ່ລະປະເພດ
4.ປະກາດຜົນ
ປະກາດຜູ້ເຂົ້າຊີງກ່ອນ ແລ້ວປະກາດຜູ້ຊະນະໃນງານ
5.ບາງລາຍການ
ບາງລາຍການ ແມ່ນຈະໃຫ້ຄະແນນແບບ Popular Vote ຈາກຜູ້ຕິດຕາມຂອງ ມ່ວນ ເຊັ່ນ: ເພງ
ຄຳຖາມທີ່ພົບເລື້ອຍ
FAQ
ໃຜສາມາດສະເໜີຊື່ໄດ້?
ທຸກຄົນ — ໃຜທີ່ມັກໃນຜົນງານເນື້ອຫາສ້າງສັນທາງອອນລາຍ ສາມາດສະເໜິຊື່ນັກສ້າງສັນທີ່ຕົນເອງຊື່ນຊົມໄດ້ເລີຍ.
ຈຳນວນຄັ້ງທີ່ຖືກສະເໜີ ມີຜົນຕໍ່ຜົນລາງວັນບໍ?
ບໍ່ມີ — ການສະເໜີຊື່ຊ່ວຍໃຫ້ທີມງານສາມາດເກັບກຳລາຍຊື່ໄດ້ໂດຍບໍ່ຕົກຫຼົ່ນ ແຕ່ຜົນລາງວັນມາຈາກຄະແນນລວມຈາກຄະນະກຳມະການໃນແຕ່ລະປີ.
ຢາກຮ່ວມເປັນຜູ້ສະໜັບສະໜູນ ຕິດຕໍ່ໃສ?
ຖ້າທ່ານເປັນທຸລະກິດທີ່ສົນໃຈໃນການຮ່ວມເປັນຜູ້ສະໜັບສະໜູນ ຫຼື ຢາກເຮັດກິດຈະກຳການຕະຫຼາດຮ່ວມກັບງານ ສາມາດຕິດຕໍ່ທີມງານຕາມຊ່ອງທາງໃນຫົວຂໍ້ “ຕິດຕໍ່ທີມງານ” ທ້າຍໜ້ານີ້
ຄຸນສົມບັດຂອງຜູ້ເຂົ້າຊີງມີຫຍັງແດ່?
ເປັນ Digital Content Creator ມີຜົນງານເຜີຍແຜ່ໃນໄລຍະເວລາຂອງຮອບປີທີ່ຕັດສິນ — ລາງວັນນີ້ ບໍ່ຈຳກັດແພລດຟອມ ທີມງານຈະກວດຄຸນສົມບັດ ແລະ ຜົນງານຕະຫຼອດປີໃນຂັ້ນຕອນຄັດເລືອກ · ບາງສາຂາອາດມີເງື່ອນໄຂສະເພາະຂອງຕົນ ເບິ່ງໄດ້ໃນຄຳອະທິບາຍຂອງສາຂານັ້ນໃນໜ້າຂອງແຕ່ລະປີ
ຄະນະກຳມະການເລືອກມາແນວໃດ?
ທີມງານມ່ວນອາວອດສ໌ ເປັນຜູ້ເຊີນຄະນະກຳມະການຂອງແຕ່ລະປີ ຈາກຜູ້ມີປະສົບການໃນວົງການສ້າງສັນ ແລະ ທຸລະກິດການຕະຫຼາດ.
ຄວາມເປັນສ່ວນຕົວ
ຂໍ້ມູນຂອງທ່ານ
ຕອນສົ່ງລາຍຊື່ ພວກເຮົາເກັບຫຍັງແດ່
- ຊື່ຄຣີເອເຕີ, ສາຂາ, ລິງກ໌ ແລະ ເຫດຜົນ ທີ່ທ່ານພິມມາ — ທີມງານໃຊ້ເພື່ອຄັດເລືອກຜູ້ເຂົ້າຊີງ
- ຮ່ອງຮອຍທາງເທັກນິກ ເພື່ອກັນສະແປມ — ທີ່ຢູ່ IP ຖືກປ່ຽນເປັນລະຫັດຫຍໍ້ ກ່ອນບັນທຶກ ເພື່ອໃຫ້ອ່ານກັບເປັນເລກເດີມບໍ່ໄດ້
ເກັບໄວ້ດົນປານໃດ
ຂໍ້ມູນທີ່ສົ່ງເຂົ້າມາ ແລະ ຜົນລາງວັນ ເປັນບັນທຶກຂອງງານ ຈຶ່ງຖືກເກັບໄວ້ຖາວອນ
ເຮົາບໍ່ເຮັດຫຍັງກັບຂໍ້ມູນຂອງທ່ານ
ບໍ່ຂາຍ ບໍ່ແລກປ່ຽນ ແລະ ບໍ່ສົ່ງອີເມວໂຄສະນາ · ຄົນທີ່ເຫັນຂໍ້ມູນທີ່ສົ່ງເຂົ້າມາມີສະເພາະທີມງານທີ່ມີບັນຊີຫຼັງບ້ານ
ສະຖິຕິການເຂົ້າຊົມ
ເວັບໃຊ້ Google Analytics ນັບຈຳນວນຜູ້ເຂົ້າຊົມ ແລະ ເບິ່ງວ່າໜ້າໃດຖືກເປີດຫຼາຍ · ເລີ່ມນັບຕັ້ງແຕ່ທ່ານເປີດໜ້າ
ສິ່ງທີ່ຖືກນັບແມ່ນ ໜ້າທີ່ເປີດ, ຊະນິດອຸປະກອນ, ພາສາ ແລະ ປະເທດ — ບໍ່ແມ່ນຊື່ ຫຼື ອີເມວຂອງທ່ານ ແລະ Google ບໍ່ໄດ້ບັນທຶກທີ່ຢູ່ IP ໄວ້ໃນລາຍງານ
ບໍ່ຢາກຖືກນັບ: ເປີດໂໝດ “ບໍ່ຕິດຕາມ” ຫຼື ບລັອກຄຸກກີໃນບຣາວເຊີ ຫຼື ຕິດຕັ້ງ ສ່ວນເສີມປິດ Google Analytics — ເວັບຍັງໃຊ້ໄດ້ຄົບທຸກຢ່າງ
ຢາກໃຫ້ລຶບຂໍ້ມູນ
ຂຽນມາຫາທີມງານຕາມຊ່ອງທາງຂ້າງລຸ່ມ ພ້ອມບອກຊື່ຄຣີເອເຕີ ແລະ ສາຂາທີ່ທ່ານສົ່ງເຂົ້າມາ — ເຮົາຈະລຶບລາຍການນັ້ນອອກໃຫ້
ຕິດຕໍ່
ຕິດຕໍ່ທີມງານ
ຢາກສະເໜີຊື່ຄຣີເອເຕີ? ບໍ່ຕ້ອງຕິດຕໍ່ທີມງານ ສົ່ງຜ່ານຟອມໄດ້ເລີຍ